ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ປະກາດການຈັດຕັ້ງຂັ້ນທຽບເທົ່າກົມ ຂັ້ນພະແນກ ແລະ ຍົກຂັ້ນເງິນເດືອນໃຫ້ນາຍທະຫານ


ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນ ປະເທດ, ຫົວໜ້າການເມືອງ ວປກ ​​ເປັນ​ປະທານ

    ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນທຽບເທົ່າກົມ, ຂັ້ນພະແນກ ແລະ ຍົກຂັ້ນເງິນເດືອນ
ໃຫ້ນາຍທະຫານ ຂຶ້ນຢ່າງເປັນທາງການ ໃນວັນທີ 3 ເມສາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ
ກຳມະການຄະນະພັກກະຊວງປ້ອງກັນ ປະເທດ, ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, 44 ຫົວໜ່ວຍຂຶ້ນກັບ,ພະແນກການ
ທີ່ກ່ຽວຂ້ອງ ແລະ ຜູ້ທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.

     ສະຫາຍ ພັນໂທ ນາງ ມະນີພອນ ພົມມະຈັນ ຮອງຫົວໜ້າກົມການເມືອງ ວປກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການແຕ່ງຕັ້ງຂັ້ນຫົວໜ້າຫ້ອງ, ຮອງຫົວໜ້າຫ້ອງ, ຂັ້ນຫົວໜ້າຄະນະວິຊາຄູ-ຮອງຄະນະວິຊາຄູ, ຂັ້ນຫົວໜ້າພະແນກ-ຮອງພະແນກ ແລະ
ຍົກຂັ້ນເງິນເດືອນໃຫ້ນາຍທະຫານ, ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນ
ລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ; ອີງຕາມທິດທາງປັບປຸງກົງຈັກ
ການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາ
ປະເທດຊາດ ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ສີວິໄລ ທະຫວັດດີ ເປັນຫົວໜ້າຄະນະຮັບຜິດຊອບນັກສຶກສາພາສາຕ່າງ
ປະເທດ ວປກ, ພັນໂທ ໄພທູນ ແກ້ວວົງເພັດ ເປັນຮອງຫົວໜ້າຫ້ອງການກວດກາອົບຮົມ ແລະ ຄຸນນະພາບມາດຕະຖານນັກສຶກສາ, ພັນໂທ
ແອນ້ອຍ ແສງມະນີ ເປັນຮອງຫົວໜ້າຫ້ອງການຄຸ້ມຄອງໂຄງການຫຼັກສູດ, ພັນໂທ ຫັນຕາ ມະນີໂຊດ ເປັນຫົວໜ້າຄະນະວິຊາຄູພາສາຫວຽດ
ນາມ, ພັນໂທ ວົງກົດ ອິນທະສອນ ເປັນຮອງຫົວໜ້າຄະນະວິຊາຄູເສດຖະສາດ, ພັນໂທ ພົມມາ ອິນທະວົງ ເປັນຮອງຫົວໜ້າຄະນະວິຊາຄູລັດທິ
ສັງຄົມນິຍົມວິທະຍາສາດ, ພັນໂທ ຄຳເພັດ ທຳມະເທວາ ເປັນຮອງຫົວໜ້າຄະນະວິຊາຄູປະຫວັດສາດ, ພັນໂທ ວັນນະລາດ ຈັນທະລີມາ ເປັນ
ຮອງຫົວໜ້າຄະນະວິຊາຄູພາສາຈີນ, ພັນໂທ ໂສພາ ຄຳພູນວົງ ເປັນຮອງຫົວໜ້າຄະນະວິຊາຄູພາສາຣັດເຊຍ, ພັນຕີ ແສງອາລຸນ ທອງລຸນ ເປັນ
ຮອງຫົວໜ້າຄະນະວິຊາຄູຊ່າງແສງ, ພັນໂທ ພອນ ວົງສາ ເປັນຫົວໜ້າພະແນກຄູທິດສະດີກໍ່ສ້າງພັກ, ພັນໂທ ສຸກຂະວົງ ໄຊບຸນເຮືອງ ເປັນຫົວໜ້າ
ພະແນກຄູເຕັກນິກຈັ້ງທ່າ, ພັນຕີ ພົງສິດາ ເຮືອງບຸນຕີ ເປັນຫົວໜ້າພະແນກຄູລັດທິວັດຖຸນິຍົມ-ປະຫວັດວິິພາກ, ພັນຕີ ອຳຄາພອນ ສິດທິພອນ
ເປັນຫົວໜ້າພະແນກຄູການທະຫານທ້ອງຖີ່ນຈັ້ງທ່າ, ຮ້ອຍເອກ ນ ເພັດທະລາ ພັນທະໄລ ເປັນຫົວໜ້າຄູອ໋ອບຟິດທົ່ວໄປ, ພັນໂທ ມອນສີ ຄຳ
ພອນປະເສີດ ເປັນຮອງຫົວໜ້າພະແນກຄູເຕັກນິກບຸກຕີ, ພັນຕີ ສຸກພາວັນ ສຸລິຍະແສງ ເປັນຮອງຫົວໜ້າພະແນກຄູປະຫວັດສາດ ແລະ ລັດທິ
ອະເທບ, ຮ້ອຍເອກ ອະນັນຕະພອນ ຄຳກ້ອນລືຊາ ເປັນຮອງຫົວໜ້າພະແນກຄູເສດຖະສາດສັງຄົມ-ນິຍົມ, ຮ້ອຍເອກ ວົງ ວັນທິແສງ ເປັນຮອງ
ຫົວໜ້າພະແນກຄູຂະບວນການຄອມມູນິດ-ກຳມະກອນສາກົນ, ຮ້ອຍເອກ ນ ມີນາພອນ ນໍລະສິນ ເປັນຮອງຫົວໜ້າພະແນກຄູນິຕິສາດ, ພັນໂທ
ພອນສະຫວັນ ແສງສະຫວັນ ເປັນຫົວໜ້າພະແນກແຜນການ ການເມືອງ ກົມຄົ້ນຄວ້າ ວປກ, ພັນຕີ ນ ນິນວັນນາ ວິຈິດວົງສາ ເປັນຫົວໜ້າພະ
ແນກແຜນການ ການທະຫານ ຫ້ອງການຄຸ້ມຄອງໂຄງການຫຼັກສູດ, ພັນໂທ ນ ອຳພອນ ຍຸດທະວົງ ເປັນຮອງຫົວໜ້າພະແນກແຜນການການເມືອງ
ກົມຄົ້ນຄວ້າ, ພັນຕີ ບຸນລັບ ສຸລິສັກ ເປັນຮອງຫົວໜ້າພະແນກແຜນການ ການທະຫານ ກົມຄົ້ນຄວ້າ, ຮ້ອຍເອກ ວັງມະນີ ໄຊຍະວົງ ເປັນຮອງຫົວ
ໜ້າພະແນກຄຸ້ມຄອງຄຸນນະພາບນັກສຶກສາ ຫ້ອງກວດກາອົບຮົມ ແລະ ຄຸນພາບມາດຕະຖານນັກສຶກສາ, ຮ້ອຍເອກ ໄຊບຸດ ນະວົງຄຳ ເປັນຮອງ
ຫົວໜ້າພະແນກບໍລິຫານຄະນະຮັບຜິດຊອບນັກສຶກສາລະບົບບຳລຸງ ວປກ ແລະ ຂໍ້ຕົກລົງ ວ່າດ້ວຍການຍົກຂັ້ນເງີນເດືອນໃຫ້ນາຍທະຫານ ຢູ່ ວປກ
ຈຳນວນ: 04 ສະຫາຍ.

     ​ໃນຕ້ອນທ້າຍ, ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ, ໂດຍສະຫາຍໄດ້ເນັ້ນໜັກໃຫ້ແຕ່ສະຫາຍ ຖືເອົາວຽກ
ງານການເມືອງແນວຄິດສອດຮ້ອຍເຂົ້າໃນທຸກຂົງເຂດວຽກງານ, ປັບປຸງກໍ່ສ້າງພະນັກງານສະມາຊິກພັກໃຫ້ມີຄຸນນະພາບ ແລະ ນຳໜ້າທຸກຂົງເຂດ
ວຽກງານ, ປັບປຸງ ແລະ ກໍ່ສ້າງພະນັກງານ ໃຫ້ແທດເໝາະກັບສະພາບຕົວຈິງ, ສ້າງກຳລັງພະນັກງານໃຫ້ກາຍເປັນທ່າແຮງ ແລະ ກຳລັງແຮງທີ່ສຳ
ຄັນ, ເອົາໃຈໃສ່ລົງໃກ້ສິດຕິດແທດກັບກຳລັງທີ່ຂຶ້ນກັບ ແລະ ມີການພົວພັນ ເພື່ອຜົນສຳເລັດທີ່ແທ້ຈິງ, ຕ້ອງກຳໃຫ້ແໜ້ນສະພາບຮອບດ້ານຢູ່ໃນ
ກົມກອງຕົນເອງໃຫ້ຊັດເຈນ, ຕ້ອງໄດ້ສຶບຕໍ່ເສີມຂະຫຍາຍ, ໝູນໃຊ້ໃຫ້ມີສິດຜົນປະໂຫຍດ, ວອງໄວກຳນົດບັນດາໜ້າວຽກ ທີ່ຕ້ອງໄດ້ພົວພັນກັບ
ທຸກໆຂົງເຂດວຽກງານ, ຮັກສາ ແລະ ເສີມຂະຫຍາຍບົດບາດອິດທິພົນເພື່ອໃຫ້ນາຍ ແລະ ພົນທະຫານນັບຖືຮັກແພງ ແລະ ປະຕິບັດຕາມຢ່າງມີ
ປະສິດທິຜົນ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄຳລຽງ
ວັນທີ 05/04/2024